header
home | about us | Dhammapada | calendar | activities | newsletters | contact
To view Lao characters, please download/install Saysettha OT font

ປະຫວັດ​ແລະ​ການ​ເປັນ​ມາ​ຂອງ​ວັດ​ລາວ​ພຸ​ທະ​ທັມມາ​ຣາມ

---====== O ======---

ວັດ​ລາວ​ພຸ​ທະ​ທັມ­ມາ​ຣາມ ເມືອງ​ພອດ​ແລນດ໌ ຣັຖ​ອໍ​ຣິ​ກັນ ໄດ້​ກຳເນີດ​ເກີດ​ມາ​ແຕ່​ປີ 1980 ໂດຍ​ຄົນ​ລາວ​ເຮົາ​ຫມົດ​ທຸກໆ​ຄົນ ໄດ້​ພ້ອມພຽງ ຮຽງ​ຫນ້າ​ກັນ ເຫັນ​ດີ​ເປັນ​ເອກ​ກະ­ສັນ ຈັດ​ຕັ້ງ​ວັດ​ຂື້ນ​ຄັ້ງ​ແຮກ ແມ່ນ​ເຊົ່າ​ເຮືອນ​ປະຊາຊົນ ເປັນ​ວັດ, ທີ່​ເຮືອນ ເລ​ຂ​ທີ 1325 NE. Buffalo ຢູ່​ທາງ North Portland ແລະ​ຕໍ່​ມາ ແມ່ນ​ຍ້າ​ຽ​ມາ​ເຮຶອນ ເລ​ຂ​ທີ 3626 SE. 62nd Ave Portland ໂດຍ​ການ​ນຳ­ພາ​ຂອງ ພຣະ​ອາ­ຈານ ກິ​ດຳ ພວງ​ຄຳ, ພຣະ​ອາຈານ ມະ­ຫາ​ບຸນ​ກອງ ສິງ​ສູ​ວັນ ແລະ ພຣະ​ອາ­ຈານ ມະ­ຫາ ຄຳ​ແສນ ກາບບົວ​ຄຳ ເປັນ​ເຈົ້າ​ອາ­ທິ​ການ​ວັດ​ຕໍ່ໆກັນ​ມາ​ຈົນ​ຮອດ​ປັ​ຈຸ​ບັນ​ປັ​ຈຸ​ບັນ​ນີ້. ວັດ​ລາວ​ພຸ​ທະ​ທັ​ທະ​ຣາມ ແຫ່ງ​ນີ້​ໄດ້​ຮັບ​ອະ­ນຸ­ຍາດ ຈາກ​ທາງ​ການ ຮັຖ​ອໍ​ຣິ​ກັນ ໃນ​ວັນ​ທີ 28 ຕຸ­ລາ 1981 ແລະ​ກົດ­ຫມາຍ ຍົກ­ເວັ້ນ​ພາ­ສີ​ຂອງ​ຣັຖ ໃນ​ວັນ​ທີ 28 ເດືອນ​ພື​ສະ­ພາ 1982 ຖືກ­ຕ້ອງ​ຕາມ​ກົດ­ຫມາຍ ຂອງ​ບ້ານ​ເມືອງ​ທຸກ​ປະ­ການ.

1987 ຄະ­ນະ​ກັມ​ະ​ການ​ວັດ​ພວກ​ເຮົາ​ໄດ້​ຕົກ­ລົງ​ຊື້ ໂບດ​ເກົ່າ ໃນ​ຣາ​ຄາ $130,000.00 ທີ່­ຢູ່ 4350 NE. 133rd Portland OR. 97230   ຈຳ­ນວນ​ເງິນ​ທີ່​ກ່າວ​ນີ້ ໄດ້​ຈ່າຍ​ລຽບ​ຮ້ອຍ​ໄປ​ຫມົດ​ແລ້ວ.

1991 ການ​ຂະ​ຫຍາ​ຽ​ສາ​ຣາ​ໂຮງ​ທັມ​ທີ່​ກ່າວ​ນີ້ ຕົກ​ເປັນ​ເງິນ​ທັງ​ຫມົດ $50,898.00 ຢູ່​ຕໍ່​ມາ​ປີ 1991 ພາຍ­ຫລັງ​ໄດ້​ວັດ​ໃຫມ່ ແລະ​ໃຫຍ່​ກວ່າ​ເກົ່າ ແຕ່​ປານ​ນັ້ນ ຍັງ​ບໍ່​ພຽງ­ພໍ ເພາະ​ພີ່­ນ້ອງ​ຊາວ​ລາວ​ເຮົາ​ພາ­ກັນ​ໄປ​ທຳ­ບຸນ​ທຳ​ທານ ນັບ​ມື້​ນັບ​ຫລາຍ​ຂື້ນ ປາ­ກົດ​ວ່າ ວັດ​ທີ່​ຄິດ​ໄວ້​ວ່າ: ເປັນ​ວັດ​ກ້ວ​າງ​ຂວາງ ກໍ​ເລີ​ຽ​ເປັນ​ວັດ​ແຄບ ຄົນ​ລາວ​ເຮົາ​ຖື​ສາ​ສ​ນາ​ພຸ​ທ ເປັນ​ພື້ນ­ຖານ ແລະ ເປັນ​ບ່ອນ​ອິງ ຖ້າ​ໄດ້​ທຳ­ບຸນ ທຳ​ທານ​ແລ້ວ ກໍ​ມີ​ຄວາມ​ດີ­ໃຈ ຄວາມ​ດີ­ໃຈ​ແມ່ນ​ການ​ໄດ້​ບຸນ, ສະ­ນັ້ນ​ຈື່ງ​ພາ­ກັນ ຫລັ່ງ­ໄຫລ​ໄປ​ທຳ­ບຸນ​ບໍ່​ໄດ້​ຂາດ ໃນ​ວັນ​ພັກ​ການ ຄື​ວັນ​ເສົາ ວັນ​ອາ­ທິດ ແລະ​ວັນ​ບູນ​ປະ­ເພ­ນີ​ລາວ​ເຮົາ ເມື່ອ​ເປັນ​ດັ່ງ­ນັ້ນ ຄະ­ນະ​ກັມ​ະ​ການ​ອຸ­ປະ​ຖັມ​ວັດ​ກໍ​ບໍ່​ໄດ້​ຖໍ້​ຖອຍ ນັບ​ມື້​ນັບ​ບຸກ​ຫນ້າ​ໄປ​ເລື້ອ​ຽໆ ຈື່ງ​ວາງ​ແຜນ­ການ​ເສີມ​ຕໍ່ ກໍ່­ສ້າງ​ສາ­ລາ​ໂຮງ​ທັມ​ທີ່​ມີ​ຢູ່​ແລ້ວ ໃຫ້​ກວ້າງ­ຂວາງ ຕື່ມ​ອອກ​ໄປ​ອີກ ດັ່ງ​ທ່ານ​ເຫັນ​ຢູ່​ປະ­ຈຸ​ບັນ​ນີ້, ຄິດ​ວ່າ​ຄົງ​ເປັນ​ການ​ເຫມາະ​ສົມ ແລະ​ກ້ວ​າງ​ຂວາງ​ພຽງ­ພໍ​ກັບ​ການ​ບັນ­ຈຸ ຄົນ​ມາ​ທຳ­ບຸນ​ສະ­ດວກ​ຍິ່ງ​ຂື້ນ.

1993 - Parking.  ໃນ​ປີ 1993 ພາຍ­ຫລັງ​ການ​ເສີມ​ຂະ​ຫຍາ​ຽ ສາ້ງ​ສາ­ລາ​ໂຮງ​ທັມ​ເປັນ​ທີ່​ຮຽບ​ຮ້ອຽ​ແລ້ວ ເພື່ອ​ຄວາມ​ສະ­ດວກ ແກ່​ຜູ້​ມາ​ທຳ­ບຸນ ກິນ​ທານ ໃຫ້​ໄດ້​ມີ​ບ່ອນ​ຈອດ​ຣົຖ ເປັນ​ຣະ​ບຽບ ສວຽງ​າມ ຈື່ງ​ໄດ້​ຂະ­ຫຍາຍ​ສ້າງ​ສະ­ຖານ­ທີ່ ບອ່ນ​ຈອດ​ຣົຖ​ຂື້ນ​ໃຫມ່ ຈຳ­ນວນ 87 ບ່ອນ ຮວມ​ລາຍ​ຈ່າຍ​ທັງ​ຫມົດ ຕົກ​ເປັນ​ເງິນ $87,740.00

1994  ສ້າງ​ພຸ​ທະ​ສິມ​ມາ ໄດ້​ເຮີ້ມ​ລົງ­ມື​ປະ​ຕິບ​ັຕ​ມາ​ແຕ່​ປີ 1994 ໄດ້​ສຳ​ເຮັດ​ລົງ​ໄປ​ໄນ​ປີ 1997 ຕົກ​ເປັນ​ເງິນ $316,210.00 ພ້ອມ​ກັນ​ນັ້ນ​ກໍ​ໄດ້​ທຳ​ພິ­ທີ ເຮັດ­ບຸນ​ຂອດ­ສິມ ໃນ​ປີ 1997 ໄປ​ພ້ອມ​ກັນ.

ການສ້າງມະຫາກຸຕິ - ເລີ້ມສາ້ງໃນເດືອນ ກຸມພາ ປີ 2004 ສຳເຮັດລົງໃນຕົ້ນປີ 2005 ເປັນກຸຕິຂະນາດີໃຫຍ່ ສອງຊັ້ນ ມີ 7 ຫ້ອງນອນ ຫ້ອງສະມຸດ ສືກສາແລະຄົ້ນຄວ້າ ສອງຫ້ອງ ຕົກເປັນເງິນທັງຫມົດ $263,370.00

ນັບແຕ່ມື້ເລີ້ມສ້າງກຸຕີມາເຖີງປະຈຸບັນນີ້ ມີພໍ່ແມ່ພີ່ນ້ອງຊາວລາວ ແລະຊາວຕ່າງດ້າວ ຜູ້ໃຈບຸນທັງຫລາຍ ໄດ້ຮ່ວມກັນເປັນເຈົ້າສັດທາ ໂມທະນາເງິນສ້າງກຸຕິ ນັບມື້ນັບຫລາຽຂື້ນນຳທຸກໆວັນ ຕາມລາຽຊື່ທີ່ຂ່າວສານ ຂອງວັດພຸທະທັມມາຣາມໄດ້ອອກຂ່າວໄປແລ້ວ.

ຊັບສົມບັຕຂອງແຕ່ລະທ່ານ ໄດ້ນຳມາໂມທະນາ ກິນທານ ດ້ວຽຄວາມບໍຣິສຸດໃຈນີ້ ຈະເປັນຈຳນວນນ້ອຽ ຫລືຫລາຽນັ້ນ ກໍນັບວ່າເປັນກອງບູນ ອັນມະຫາສານຂອງທ່ານ, ບູນສິນກິນທານຂອງພວກເຮົາເລົ່ານີ້ແລ້ວ ຈະມາຊ່ວຽຄຸ້ມຄອງປົກປັກຮັກສາຫມົດຄອບຄົວລູກໆ ຫລານໆຂອງທ່ານໃຫ້ມີຄວາມສຸກ ຄວາມຈະເຣີນ ປັດສະຈາກໂຣກໄພໄຂ້ເຈັບ ອັນຕລາຽບໍ່ມາບຽດບຽນ, ເຮົາໄດ້ກິນໄດ້ທານ...ເຮົາດີໃຈ ຄວາມດີໃຈ
ນັ້ນແຫລະ ແມ່ນບູນ ດັ່ງນັ້ນເພີ່ນຈຶ່ງວ່າ: ບູນບາບນີ້ໄປນຳເຮົາທຸກບາດຍ່າງ ພີ່ນ້ອງເຮີຽ...ຜູ້ໃດສ້າງ ຜູ້ນັ້ນໄດ້ ຜູ້ໃດໄປ ຜູ້ນັ້ນຮອດ ຜູ້ໄດກິນ ຜູ້ນັ້ນອິ່ມ ຂໍຈົ່ງພາກັນສ້າງໄວ້ ໄດ້ແທ້ແນ່ນອນ !

ສະນັ້ນທາງຄະນະກັມະການວັດ ພຸທະທັມມາຣາມ ເມືອງພອດແລນດ໌ ຂໍອະນຸໂມທະນານຳຫມົດທຸກໆຄົນ ຂໍອວຽໄຊໃຫ້ພອນ ຂໍວິ່ງວອນ ເອົາຄຸນພຣະສີຣັດຕະນະໄຕຣ ຄຸນພຣະພຸທ ພຣະທັມ ພຣະສົງ ແລະສິ່ງສັກສິດທັງຫລາຽ ຊື່ງສະຖິດໃນໂລກນີ້ ຈົ່ງມາປົກປັກຮັກສາພີ່ນ້ອງ ເຈົ້າສັດທາຫມົດທຸກໆຄົນ ຈົ່ງເວັ້ນຈາກ ໂພຍໄພ ອັນຕຣາຽທັງປວງ ຢ່າໄດ້ມາບຽດບຽນຜູ້ຂ້າເທີ້ນ...ງ

ຂໍໃຫ້ມີອາຍຸ ວັນນະ ສຸກຂະ ພະລະ ຕລອດໄປ
ຈາກຄະນະກັມະການວັດ.

 

footer
timeline