header
home | about us | Dhammapada | calendar | activities | newsletters | contact

Sunday, June 15

28th ANNIVERSARY

CELEBRATION
OF OUR SUCCESS

You are cordially invited to the 28th Anniversary Celebration of Our Success, organized by the Lao Community in Oregon and Southwest Washington, on June 15, 2008 starting 9am, at Wat Buddhatham-aram, Portland, Oregon.

This important event is to celebrate the accomplishments of Wat Buddhatham-aram so far and plan for the future.


To view Lao characters, please download/install Saysettha OT font

ບຸນສລອງຄົບຮອບ 28 ປີ

ຂອງກາຣສ້າງຕັ້ງວັດພຸທະທັມມາຣາມ

ວັນອາທິຕ ທີ 15 ມິຖຸນາ SUNDAY, JUNE 15, 2008

ເວລາ 9:00 (ໂມງເຊົ້າ) ເຕົ້າໂຮມພຸທະບໍຣິສັທຢູ່ທີ່ວັດພຸທະທັມມາຣາມ.
ເວລາ 9:30 (ໂມງເຊົ້າ) ປະກອບພິທີທາງສາສນາ ມີກາຣໄຫວ້ພຣະ ຮັບສີລ
ຕັກບາຕ ຖວາຍສັງຄະທານ ແລະຟັງພຣະທັມະເທສນາ.
ເວລາ 12:00 (ທ່ຽງ)   ຮັບປະທານອາຫານທ່ຽງຮ່ວມກັນ.

ຫວັງເປັນຢ່າງຍິ່ງວ່າ ທ່ານພຸທະບໍຣິສັທທຸກຖ້ວນໜ້າ ຈະໄປຮ່ວມງານບຸນສິລ ກິນທານ ໃນຄັ້ງນີ້ ເໝືອນທຸກໆຄັ້ງທີ່ຜ່ານມາ.

ພຸທະສາສນິກຊົນທຸກໆທ່ານ ເປັນເຣື່ອງທີ່ໜ້າພາກພູມໃຈເປັນຢ່າງຍິ່ງ ທີ່ວັດພຸທະທັມມາຣາມ ຂອງພວກເຮົາ ມີຄວາມຈເຣີນກ້າວໜ້າເປັນລຳດັບໆມາ ຖ້າປຽບເປັນຄົນ ກໍ່ແມ່ນຢູ່ໃນວັຍໜຸ່ມແໜ້ນສງ່າງາມ ມີປະສົບກາຣຜ່ານຮ້ອນ ຜ່ານໜາວມາ 28 ຄັ້ງ ນີ້ກໍ່ແມ່ນຜົລແຫ່ງຄວາມສມັກສມານສາມັຄຄີ ຮ່ວມແຮງຮ່ວມໃຈເປັນ ອັນໜຶ່ງອັນດຽວ ກັນຂອງຄົນລາວ ຊາວພຸທທັງໝົດ ທັງສິ້ນນັ້ນເອງ ແລະຈະເປັນເຊັ່ນນີ້ຕຼອດໄປຕາບເທົ່າ ຫ້າພັນພຣະວັສສາ.

ດັ່ງນັ້ນ ຈຶ່ງຂໍເຊີນຊາວພຸທະບໍຣິສັທທຸກຖ້ວນໜ້າ ໄດ້ໄປຮ່ວມງານ ບຸນສລອງ ຄົບຮອບ ກາຣສ້າງຕັ້ງ 28 ປີຂອງວັດ, ໄປຮ່ວມທຳບຸນໃຫ້ທານ ແລະ ຮ່ວມປຶກສາຫາຣື ກາຣພັທນາສ້າງສາ ວັດພຸທະທັມມາຣາມ ໃຫ້ຈເຣີນ ກ້າວໜ້າຕໍ່ໄປ ຕາມກຳໜົດກາຣຂ້າງລຸ່ມນີ້:

Vandanā
ຄຳໄຫວ້ພຣະ

Namo tassa bhagavato arahato sammā
sambudd
hassa

(Repeat Three times)

I pay Homage to the Blessed One,
the Worthy One, the Fully Enlightened One.

ນະໂມ ຕັດສະ
ພະຄະວະໂຕ
ອະຣະຫະໂຕ
ສັມມາສັມພຸດທັດສະ

Namo = I pay homage
Tassa = to him
Bhagavato = to the Exalted One
Arahato = to The Worthy One
Samma Sambuddhassa =
to The Fully Enli
ghtened One

sim-kuti
sala
welcome
footer